ລາຍການ ການເຄື່ອນໄຫວ

Friday, September 9, 2011

take photo ID ຖ່າຍຮູບຕິດບັດນັກສຶກສາ

ທີ່ຈິງແລ້ວມື້ນີ້ລົງມາຊ້າຫຼາຍເຕີບເລີຍບໍ່ໄດ້ຖ່າຍຮູບໃຜບາງຄົນ (ໃຜນໍ້ 5555555 )
ແລະກະຫຼາຍໆຄົນບໍ່ໄດ້ມີຮູບລົງ

ອ້າຍນ້ອງເຮົາ ທ່ານປະທານຂຽດ ກະບ່ໍໄດ້ຢູ່ຮ່ວມງານ ຍ້ອນງານເຂົ້າພາຜູ້ສາວໄປກິນຊິ້ນດາດເລີຍບໍ່ໄດ້ຢູ່
ອ້າຍເດັດກໍ່ບໍ່ຢູ່ ເພີ່ນບອກວ່າເຈັບທ້ອງແຮງເລີຍບໍ່ໄດ້ມາຮຮ ວ່າຊັ້ນຊາ
ບັນຍາກາດພາຍໃນງານເປັນໄປໄດ້ດີ






ເບິ່ງຮູບທັງໝົດເປັນ  Album


----------------------------------------------------------
take-pics-pakpasuk-08-09-2011
--------------------------------------------------------




Youtube VDO ໂຄສົກ ສູດລໍ່ ກຸ້ງ ນຳສະເໜີ
-------------------------------------------
--------------------------------------------



ຮູບລວມແບບຊ້ອນໆໆກັນ

ແບບວ່າງົງຢູ່ວ່າແມ່ນຫຍັງ ເພາະວ່າຂ້າພະເຈົ້າບໍ່ໄດ້ບອກວ່າຈະຖ່າຍຮູບ

ສະພາບອ້າຍນ້ອງກ່ອນເຂົ້າຫ້ອງຖ່າຍ 55555 ກົງເຮັດໜ້າປວດຖ່າຍອີ່ຫຼີເລີຍ

ຖ່າຍຮູບເອື້ອຍເຮົາ

ກົງອົດບໍ່ໄດ້ ສາວແວວເຮັດໜ້າຮັກຫຼາຍ ຂໍຫອມແດ່ 555555

ບັກນ້ອຍເຮັດໜ້າຄຽດຍ້ອນ ບັກກົງຫອມແກ້ມແຟນກູ 

ກຸ້ງ ປິ່ນໜ້າມາຖາກົງ: ກົງໂຕເປັນຫຍັງຄືຫອມແກ້ມ ສາວແວວ 
ກົງ: ບໍ່ຈະຈັກຈະຕອບແນວໃດເຮັດໜ້າອຽງອາຍ 5555

ຮູບເອື້ອຍເຮົາວ່າຈະຖ່າເອົາໄປລົງ ເຟດບຸກ

ສາວນ້ອຍ ມີແຕ່ຜູ້ງາມໆໆໆໆ

ໂອ້ຍຍຍຍຍຍຍ ໜັກເລີຍຮູບນິ ເປັນຕາຮັກ ທັງໜັກທັງໂດນ

ໃບຜັກກາດ

ບັນຍາກາດພາຍໃນຫ້ອງຖ່າຍ
ຢືນຖ່າຍ ຮູບ ບໍ່ເຂົ້າໃຈເລີຍ ເປັນຫຍັງອາຈານຄືບໍ່ເອົາຕັ່ງມາໃຫ້ນັກສຶກສານັ່ງຖ່າຍນໍ້


ຄູ່ຮັກ ບ່າວນ້ອຍ - ສາວແວວ

  
ແມ່ນຫຍັງອັນນີ້ 555

ທ່ານແສງ ກຳລັງນັ່ງເກັກລໍ່ໃຫ້ຖ່າຍຮູບ 555555555

ແນ່ນອນຂ້າພະເຈົ້າມື ກ້ອງຈຳເປັນ ຂໍຈັກພາບກັບບັນຍາກາດ
ງານຖ່າຍຮູບຕິດບັດ

No comments:

Post a Comment